ພຣະພຸດທະເຈົ້າ

ในห้อง 'ทวีป เอเซีย' ตั้งกระทู้โดย WebSnow, 6 มีนาคม 2009.

  1. WebSnow

    WebSnow ผู้ก่อตั้งเว็บพลังจิต ทีมงาน Administrator

    วันที่สมัครสมาชิก:
    1 เมษายน 2003
    โพสต์:
    8,702
    กระทู้เรื่องเด่น:
    129
    ค่าพลัง:
    +64,015
    ພຣະພຸດທະສາສະໜາ ຫຼື ສາສະໜາພຸດ ເປັນສາສະໜາທີ່ມຸ່ງເນັ້ນເພື່ອການພົ້ນໄປຈາກຄວາມທຸກ ແລະ ສອນໃຫ້ຮູ້ຈັກກັບຄວາມທຸກ ແລະ ວິທີການທີ່ຈະ ຫຼຸດພົ້ນຈາກຄວາມທຸກທັງປວງ ຫຼື ເອີ້ນວ່າ ອະວິຊຊາ ( ຄວາມບໍ່ຮູ້ຄວາມຈິງໃນທັມມະຊາດ ) ອັນເປັນເຫດໃຫ້ເກີດຄວາມທຸກທັງປວງຄື ໂລພະ (ຄວາມໂລບ), ໂທສະ (ຄວາມໂກດ) ແລະ ໂມຫະ (ຄວາມຫຼົງ)ເນັ້ນການເຮັດຄວາມເຂົ້າໃຈ ແລະ ປະຕິບັດດ້ວຍປັນຍາ ແລະ ພິສູດໃຫ້ຮູ້ເຖິງຄວາມຈິງ. ເຫັນເຫດຜົນວາ່ສິ່ງນີ້ມີ ສິ່ງນັ້ນຈິ່ງຄ່ອຍມີ ແລະ ຄວາມເປັນໄປຕາມທັມມະຊາດ ແລະ ສັດໂລກທີ່ເປັນໄປຕາມກົດແຫ່ງກັມ ດ້ວຍຄວາມບໍ່ປະໝາດໃນຊີວິດໃຫ້ ມີຄວາມສຸກໃນຊາດນີ້ ແລະ ຊາດຕໍ່ໆໄປດ້ວຍການສະສົມບຸນບາຣະມີຕະຫຼອດເຖິງຜູ້ປາດຖະໜາໃນພຣະນິບພານ.

    ພຣະພຸດທະເຈົ້າຫມາຍເຖິງຜູ້ກໍ່ຕັ້ງພຣະພຸດທະສາດສະຫນາ ກ່ອນ ຄ.ສ ໕໖໓ ກຳເນີດໃນເຊື້ອສາຍສາກະຍະວົງ ແຫ່ງເມືອງກະບີນລະພັດ ປະເທດອິນເດຍ ເດີມຊື່ສິດທັດຖະ ແປວ່າຜູ້ສຳເລັດທຸກຄວາມປາຖນາ. ຄົນສາສະນາອື່ນ ເອີ້ນ: ພຣະໂຄດົມ, ພຣະໂຄຕະມະ ເຊິ່ງຄຳເອີ້ນ ທຳມະດາ ພຣະພຸດທະອົງ/ພຣະບໍຣົມມະສາດສະດາ, ພຣະສັມມາສັມພຸດທະເຈົ້າ, ພຣະສາກະຍະມຸນີ, ພຣະສັບພັນຍູ, ພຣະຊິນນະສີ, ພຣະທະສະພະລະຍານ,ພຣະຕະຖາຄົດ ແມ່ນຊາວພຸດ ແລະ ສາວົກ ເອີ້ນ ເພື່ອຍົກສູງ.

    refer
     

แชร์หน้านี้

Loading...