ການອຸທິດບຸນທີໄດ້ຜົນ

ในห้อง 'ทวีป เอเซีย' ตั้งกระทู้โดย D-white, 23 กุมภาพันธ์ 2010.

  1. D-white

    D-white เป็นที่รู้จักกันดี

    วันที่สมัครสมาชิก:
    19 มกราคม 2010
    โพสต์:
    52
    ค่าพลัง:
    +210
    ທີ່ມາຂອງການເປີດເຜີຍເຄັດລັບການແຜ່ບຸນແກ້ກັມ
    [​IMG]

    ຊີວິດຂອງມະນຸດ ແລະສັດທັງໃນໂລກນີ້ ແລະໃນໂລກທິບ ລ້ວນມີສ່ວນສຳພັນກັນ ໃນເລື່ອງກົດແຫ່ງກັມຢູ່ຕລອດເວລາ ໃນການວຽນວ່າຍຕາຍເກີດ ໄປໆ ມາໆ ຈະຫາທີ່ບໍ່ເຄີຍເປັນພີ່ ນ້ອງແລະເພື່ອນ ບໍ່ເຄີຍເປັນເຈົ້າກັມນາຍເວນຕໍ່ກັນນັ້ນບໍ່ມີ ຊີວິດຂອງທຸກຜູ້ ທຸກຄົນ ຈຶ່ງມີສ່ວນສຳພັນກັນ ບໍ່ຫລາຍກໍ່ນ້ອຍ ມີທັງສ່ວນທີດີຫລາຍແລະດີນ້ອຍ ທັງໃນສ່ວນທີ່ຊົ່ວຫລາຍແລະຊົ່ວນ້ອຍ ຕາມແຕ່ກໍຣະນີ
    ການໄດ້ດີ ຕົກຍາກ ເຈັບໄຂ້ໄດ້ພະຍາດຂອງມະນຸດແລະສັດສ່ວນຫນື່ງ ເກີດຈາກຜົນກັມໃນອາດີດຊາດປາງກ່ອນ ແລະປະຈຸບັນອີກສ່ວນຫນື່ງ ເກີດຈາກການກະທຳ ຂອງວິນຍານລີ້ລັບທີ່ເຮົາເບີ່ງບໍ່ເຫັນ ເຊັ່ນ: ເທວະດາຊ່ວຍເຫຼືອ ເທວະດາໃຫ້ໂທດ ເຈົ້າກັມນາຍເວນ ທີ່ຄຽດແຄ້ນຊັງໃຫ້ໂທດ.

    ໃນທຸກຄົນ ສັດທຸກຕົວ ຈະມີເທວະດາຮັກສາຢ່າງນ້ອຍ 2ອົງ ເທວະດາປະຈຳຕັວນີ້ແລະທີ່ມີອິດພົນຕໍ່ເຮົາຢ່າງບໍ່ຄາດເຖິງ ບາງເທື່ອກໍ່ຊ່ວຍເຫຼືອ ໃຫ້ເຮົາປະສົບຄວາມສຳເລັດ ຫຼື ຊ່ວຍປົກປ້ອງຄຸ້ມຄອງ ໃຫ້ເຮົງລອດພົ້ນຈາກໃຜອັນຕະລາຍ ໃນສະຖານະການຂັບຂັນມາໄດ້ ຢ່າງຫນ້າອັດສະຈັນ ເຊິ່ງບາງເທື່ອເຮົາກໍ່ຍົກໃຫ້ເປັນອານຸພາບຂອງວັດຖຸມຸງຄຸນ ທີ່ແຂວນຄໍກໍ່ມີ ເດັກນ້ອຍບາງຄົນບໍ່ມີວັດຖຸມຸງຄຸນແຂວນຄໍເລີີຍ ແຕ່ເວລາເກີດເຫດການທີ່ບໍ່ຄາດຄິດ ເຊັ່ນ ໄດ້ຮັບອຸບັດຕິເຫດຈາກຕົກຂັນໃດ ຕົກເຮືອນ ດ້ວຍຄວາມຊຸກຊົນ ແຕ່ບໍ່ໄດ້ຮັບອັນຕລາຍ ເພາະຄືວ່າ ມີໃຜບາງຄົນ ມາອຸ້ມໄວ້ກ່ອນຈະຕົກລົງເຖິງພື້ນກໍ່ມີ ບຸກຄົນ,ບາງຄົນ ບໍ່ມີວັດຖຸມຸງຄຸນຕິດຕົວເລີຍ ແຕ່ສາມາດລອດພົ້ນໄດ້ຈາກອຸບັດຕິເຫດ ແລະຈາກການທຳຮ້າຍ ຂອງສັດຕູໄດ້ຢ່າງປະຕິຫານນັ້ນຄື ການປົກປ້ອງຮັກສາຈາກເທວະດາປະຈຳຕົວຂອງເຂົາ ຫຼືຈາກຍາດໃນໂລກທິບຂອງເຂົາ
    ໃນເລື່ອງຂອງກັມ ເຮົາຊາວພຸທຄົງບໍ່ມີໃຜປະຕິເສດ ເມື່ອຕົນກຳລັງເດືອດຮ້ອນ ກຳລັງທຸກທໍ່ລະມານ ໃນເລື່ອງຕ່າງໆ ທີ່ຈຳຍອມທົນບໍ່ມີທາງເລືອກ ຫລາຍໆ ທ່ານມັກຈະນຶກຄິດແຕ່ພຽງວ່າ ຈະຂໍຮັບຊະຕາກັມນັ້ນໆ ຫວັງຈະຊົດໃຊັໃຫ້ມັນໝົດເວນໝົດກັມໄປ ການຄິດແບບນີ້ເບິ່ງແລ້ວຄືຊິເຂົ້າທ່າ ຕາມຫລັກການຍອມຮັບໄດ້ກົດຂອງກັມ ແຕ່ອາດຈະເປັນການປິດຊ່ອງທາງ ຂອງຕົນຢ່າງສິ້ນເຊິງ ນີ້ເອງ ທ່ານພຮະອາຈາຣຍ໌ກະເສມ ອາຈິນນະສີໂລ ກ່າວວ່າ: ພວກເຮົາຍັງບໍ່ຮູ້ວ່າມັນຍັງມີທາງອອກ ມີທາງເລືອກທີແສນຈະງ່າຍ ເຊຶ່ງເຮົາມີທາງເລືອກທີຈະຍ່ອມຮັບໃນຜົນກັມ ດ້ວຍວິທີຂອງຕົນເອງໄດ້ ແລະເຮົາມີວິທີຈະຊຳລະ ລ້າງນີ້ແຄ້ນ ໜີ້ກັມໃຫ້ແກ່ເຈົ້າກັມນາຍເວນ ໂດຍທີເຮົາກໍ່ບໍ່ໄດ້ລບລີກໜີ ເຮົາຍັງໄດ້້ຄົາລົບໃນກົດຂອງກັມ ພ້ອມດຽວກັນນັ້ນ ເຮົາກໍ່ບໍ່ໄດ້ທຸກທໍລະມານ ບໍ່ໄດ້ກຸ໊ມອົກກຸ້ມໃຈ ບໍ່ຕ້ອງຄຽດ ເວລາດຽວກັນນັ້ນເຈົ້າກັມນາຍເວນເຂົາກໍ່ພໍໃຈ ກັບປະໂຫຍດສຸກນີ້ຢ່າງເຕັມທີ ຄວາມຄຽດແຄ້ນພະຍາບາດອັນໃດຕ່ງໆທີມີຕໍ່ກັນເຮົາກໍ່ຈາງມະລາຍຫາຍສີ້ນໄປ ເຂົາກໍ່ເປັນສຸກເຮົາກໍ່ເປັນສຸກ ແຕ່.....ເປັນຫຍັງນໍ ເຮົາຈຶ່ງປ່ອຍໃຫ້ເຂົາເລືອກທີຈະຫລີ້ນງານເຮົາຢູ່ຝ່າຍດຽວ ຕ່າງຝ່າຍຕ່າງເປັນທຸກດ້ວຍກັນທັງຄູ່ເຂົາກໍ່ທົນທຸກຢູ່ກັບຄວາມພະຍາບາດອາຄາດ ເຮົາກໍ່ທຸກດ້ວຍຄວາມເວດທະນາເພາະເຂົາຄ່ອຍຈ້ອງແລະຈະມາຫລິ້ນງານເຮົາຢ່າງບໍ່ເຊົາ
    ດຽວ ດັ່ງນັ້ນ ເຮົາມາຍອມຮັບກົດຂອງກັມໃນແບບສະບັບ ທີ່ເຮົາເລືອກໄດ້ດ້ວຍ"ບຸນ"ກັນດີກ່ວາ

    ຄົນເຮົາ ລ້ວນແຕ່ເຄີຍສັ່ງສົມບຸນມາໃຫ້ທານມາແລ້ວທັ
    ງນັ້ນ ທັງໃນຊາດກ່ອນ ແລະໃນຊາດນີ້ ຖ້າຈະນືກເຖິງບຸນກໍ່ມີຫລາຍ ຈົນຈື່ຈຳບໍ່ຫວາດບໍ່ໄຫວແຕ່ດ້ວຍຄວາມບໍ່ຮູ້ຈັກ ການຊຳລະໜີ້ແຄ້ນ ໃຫ້ແກ່ເຈົາກັມນາຍເວນ ດັ່ງວ່າ ທຳບຸນໄປກໍ່ຄິດແຕ່ຈະຄ່ອຍໃຫ້ຕາຍເສຍກ່ອນ ແລ້ວຄ່ອຍໄປຮັບບຸນໃນສະຫວັນ ແລ້ວກໍ່ພາກັນຈົມເອງແຕ່ວ່າ "ບຸນອັນໃດກໍ່ໄດ້ເຮັດໝົດແລ້ວ ຊີວິດກໍ່ບໍ່ເຫັນມີຍັງປ່ຽນແປງດີຂື້ນມາຈັກເທື່ອ" ກໍ່ເພາະເຮົາອຸທິດບຸນ ໃຫ້ເຈົ້າກັມນາຍເວນຍັງບໍ່ທັນຖືກເປົ້າ (ເກາບໍ່ຖືກບ່ອນຄັນ)
    ລໍຖ້າແຕ່ໄປອຸທິດໃຫ້ໃນຕອນຢາດນ້ຳ ເຈົ້າກັມນາຍເວນ
    ເຂົາກໍ່ເລີຍບໍ່ໄດ້ຮັບເອົາ ເພາະເທບຜູ້ມີລິດສູງຈະມາຮັບເອົາກ່ອນ ແລະເຮົາກໍ່ບໍ່ເຄີຍແຜ່ບຸນໃຫ້ແກ່ເທວະດາ ທີ່ຮັກສາຕົນເອງ ແລະບໍ່ໃຫ້ເຈົ້າກັມນາຍເວນ ຕາມຈອງເວນກັນຢູ່ ບໍ່ເຄີຍໃຫ້ເທວະດາແລະຍາດທິບ ທີ່ອາໄສຢູ່ໃນເຂດບ້ານເຂດເຮືອນ ບໍ່ເຄີຍໃຫ້ເທວະດາທີ່ຊ່ວຍດູແລຮັກສາໃນກິດຈະການງານ ຫ້າງຮ້ານ ບໍ່ເຄີຍໃຫ້ເທວະດາທີຮັກສາເຈົ້ານາຍຂອງຕນເອງ ມີບາງເທື່ອການແຜ່ອຸທິດບຸນກໍ່ໃຫ້ບໍ່ສະເພາະເຈາະຈງເຂົ້າອີກ ຫຼື ໄປໃຫ້ຕອນທີແສງບຸນໝົດໄປແລ້ວ ເທວະດາເຫລ່ານັ້ນ ບາງອົງອາດມີບຸນນ້ອຍ ຣິດນ້ອຍ ຈຶ່ງບໍ່ສາມາດຊ່ວຍອັນໃດເຮົາໄດ້ຫຼາຍ ແຕ່ຖ້າເຂົາໄດ້ຮັບ ອະນິສົງບຸນຈາກເຮົາ ຖືກວີທີເລື້ອຍໆ ເຂົາຈະກາຍເປັນເທວະດາທີ່ຣິດ ມີອຳນາດ ສາມາດຊ່ວຍເຫຼືອໃຫ້ເຮົາປະສົບຜົນສຳເລັດ ໄດ້ດັ່ງໃຈຫມາຍ



    ໂດຍ: ພຮະອາຈາຮຍ໌ ກະເສມ ອາຈິນນະສີໂລ



     

    ไฟล์ที่แนบมา:

    • x26221527.jpg
      x26221527.jpg
      ขนาดไฟล์:
      11.5 KB
      เปิดดู:
      249
    แก้ไขครั้งล่าสุด: 1 มีนาคม 2010
  2. ติงติง

    ติงติง เป็นที่รู้จักกันดี

    วันที่สมัครสมาชิก:
    1 มีนาคม 2009
    โพสต์:
    38,272
    ค่าพลัง:
    +82,730
    น้องด้ามีตำราหัดอ่าน หัดเขียนภาษาลาวมั้ยคะ พี่อยากอ่านออกค่ะ
     

แชร์หน้านี้

Loading...